ຫຼຸດຄ່າໃຊ້ຈ່າຍດ້ານສາທາລະນູປະໂພກຂອງທ່ານ

Seattle City Light (ໄຟຟ້າ) ແລະ Seattle Public Utilities(ນ້ຳປະປາ/ລະບົບລະບາຍນ້ຳເສຍ/ບໍລິການກຳຈັດຂີ້ເຫຍື້ອ) ສະເໜີໃຫ້ໂຄງການຕ່າງໆ ເພື່ອຊ່ວຍໃຫ້ທ່ານຈັດການໃບບິນຄ່າສາທາລະນູປະໂພກຂອງທ່ານ.

ທ່ານສາ​ມາດມີສິດໄດ້ຮັບ:

  • ໂຄງການສ່ວນຫຼຸດຄ່າສາທາລະນູປະໂພກ (Utility Discount Program): ສ່ວນຫຼຸດ 50-60% ສຳລັບໃບບິນຄ່າສາທາລະນູປະໂພກໃນແຕ່ລະເດືອນ
  • ການຊ່ວຍເຫຼືອດ້ານໃບບິນຄ່າໃຊ້ຈ່າຍ:
    • Seattle City Light: ຄ່າໄຟຟ້າປີລະ $250 ຫາ $750 ຫຼື ຫຼາຍກວ່າ​ນັ້ນ
    • Seattle Public Utilities: ຄ່ານ້ຳປະປາ, ລະບົບລະບາຍນ້ຳເສຍ ແລະ ຄ່າບໍລິການກຳຈັດຂີ້ເຫຍື້ອ ລວມປີລະ $500 ຫຼື ຫຼາຍກວ່າ​ນັ້ນ

ຊອກ​ເບິ່ງວ່າທ່ານມີສິດໄດ້ຮັບຄວາມຊ່ວຍເຫຼືອດ້ານສາທາລະນູປະໂພກ ຫຼື ບໍ່.

ຂໍຮັບຄວາມຊ່ວຍເຫຼືອກ່ຽວກັບຍອດຄົງເຫຼືອປັດຈຸບັນຂອງທ່ານ

ສ້າງແຜນການຈ່າຍເງິນ

Seattle City Light ແລະ  Seattle Public Utilities ສະເໜີໃຫ້ແຜນການຈ່າຍເງິນເພື່ອໃຫ້ທ່ານມີເວລາຫຼາຍຂຶ້ນໃນການຈ່າຍໃບ​ບິນ​ຂອງ​ທ່ານ.

ໄດ້ຮັບໜັງສືແຈ້ງເລື່ອງການຕັດບໍລິການແລ້ວບໍ?

ໂທຫາພວກເຮົາໄດ້ທີ່ເບີ (206) 684‑3000 (ວັນຈັນ – ວັນສຸກ, 7:30 ໂມງເຊົ້າ – 6 ໂມງແລງ).

ມີການບໍລິການແປພາສາໃຫ້ໂດຍບໍ່ເສຍຄ່າ.

ເຂົ້າເບິ່ງເວັບໄຊຂອງ Seattle City Light ແລະ Seattle Public Utilities ສຳ​ລັບຂໍ້ມູນເພີ່ມເຕີມ.

  • ມີບັນຊີຜູ້ໃຊ້ບໍລິການຂອງ Seattle City Light ຫຼື Seattle Public Utilities ເປັນຊື່ຂອງທ່ານ
  • ອາໄສຢູ່ທີ່ເຮືອນພັກອາໄສ (ລູກຄ້າປະເພດທຸລະກິດບໍ່ມີສິດເຂົ້າຮ່ວມ)
  • ລາຍໄດ້ລວມຂອງຄອບຄົວຂອງທ່ານຢູ່ໃນເກນຂອງໂຄງການ

ຄຳນິຍາມຂອງລາຍໄດ້

  • ລາຍໄດ້ຄອບຄົວ (ກ່ອນຫັກພາສີ): ລາຍໄດ້ລວມຂອງທຸກຄົນໃນເຮືອນຂອງທ່ານກ່ອນຫັກພາສີ.
  • ຈຳນວນສະມາຊິກໃນຄອບຄົວ: ທຸກໆຄົນທີ່ອາໄສຢູ່ກັບທ່ານ (ສະມາຊິກໃນຄອບຄົວ, ເພື່ອນຮ່ວມຫ້ອງ ແລະ ຄົນອື່ນໆ) ບໍ່ວ່າເຂົາເຈົ້າຈະມີຄວາມສຳພັນທາງເຄືອຍາດກັບທ່ານ ຫຼື ບໍ່ກໍຕາມ.

ເກນລາຍໄດ້ສຳລັບປີ 2026

ໂຄງການສ່ວນຫຼຸດຄ່າສາທາລະນູປະໂພກ

ສ່ວນຫຼຸດຄ່າໄຟຟ້າ ແລະ ຄ່ານ້ຳປະປແບບຕໍ່ເນື່ອງທຸກເດືອນ.

ຂະ​ໜາດຄອບຄົວ ລາຍໄດ້ຕໍ່ເດືອນ (ກ່ອນຫັກພາສີ) ລາຍໄດ້ຕໍ່ປີ (ກ່ອນຫັກພາສີ)
1 $4,269 $51,228
2 $5,582 $66,984
3 $6,895 $82,740
4 $8,209 $98,508
5 $9,522 $114,264
6 $10,836 $130,032
7 $11,082 $132,984
8 $11,328 $135,936
9 $11,575 $138,900
10 $11,821 $141,852
ລາຍໄດ້ແຕ່ລະຄົນທີ່ເພີ່ມເຂົ້າມາ +$247 +$2,964

ໂຄງການຊ່ວຍເຫຼືອສຸກເສີນດ້ານຄ່າໃຊ້ຈ່າຍ ແລະ ໂຄງການຊ່ວຍເຫຼືອສຸກເສີນ

ຊ່ວຍເຫຼືອເລື່ອງຈ່າຍຄ່ານ້ຳ ແລະ ຄ່າໄຟຟ້າຂອງ​ທ່ານ.

ຂະ​ໜາດຄອບຄົວ ລາຍໄດ້ຕໍ່ເດືອນ (ກ່ອນຫັກພາສີ) ລາຍໄດ້ຕໍ່ປີ (ກ່ອນຫັກພາສີ)
1 $4,878 $58,536
2 $6,379 $76,548
3 $7,881 $94,572
4 $9,382 $112,584
5 $10,883 $130,596
6 $12,384 $148,608
7 $12,665 $151,980
8 $12,947 $155,364
9 $13,228 $158,736
10 $13,509 $162,108
ລາຍໄດ້ແຕ່ລະຄົນທີ່ເພີ່ມເຂົ້າມາ +$281 +$3,372

ສ່ວນ​ແບ່ງ​ໂຄງ​ການ

ການຊ່ວຍເຫຼືອເພີ່ມເຕີມສຳລັບຄ່າໄຟຟ້າ.

ຂະ​ໜາດຄອບຄົວ ລາຍໄດ້ຕໍ່ເດືອນ (ກ່ອນຫັກພາສີ) ລາຍໄດ້ຕໍ່ປີ (ກ່ອນຫັກພາສີ)
1 $7,680 $92,160
2 $8,784 $105,408
3 $9,876 $118,512
4 $10,960 $131,520
5 $11,840 $142,080
6 $12,720 $152,640
7 $13,596 $163,152
8 $14,484 $173,808
9 $15,348 $184,176
10 $16,225 $194,700
ລາຍໄດ້ແຕ່ລະຄົນທີ່ເພີ່ມເຂົ້າມາ +$875 +$10,500

ຂໍ້ກຳນົດດ້ານລາຍໄດ້ຈະໄດ້ຮັບການປັບປຸງໃນແຕ່ລະປີ.

ທ່ານມີເງື່ອນ​ໄຂຄົບຖ້ວນບໍ? ຍື່ນສະໝັກ ຂໍຮັບຄວາມຊ່ວຍເຫຼືອດ້ານສາທາລະນູປະໂພກໄດ້ເລີຍຕອນນີ້.

ການສະໝັກພຽງຄັ້ງດຽວຊ່ວຍໃຫ້ທ່ານສະໝັກເຂົ້າຮ່ວມໄດ້ຫຼາຍໂຄງການ.

ຢືນຢັນຂໍ້ມູນບັນຊີຜູ້ໃຊ້ບໍລິການຂອງທ່ານ

  • ກວດສອບໃຫ້ແນ່ໃຈວ່າມີຊື່ຂອງທ່ານຢູ່ໃນໃບບິນຄ່າສາທາລະນູປະໂພກ. ຖ້າບໍ່ມີ, ບອກ​ໃຫ້​ຜູ້​ຖື​ບັນ​ຊີສະໝັກ.
  • ຊອກຫາເລກບັນຊີຜູ້ໃຊ້ບໍລິການຂອງທ່ານ:
    • ຢູ່ໃນໃບບິນ
    • ຢູ່ໃນເວັບໄຊ My Utility Services
    • ຫຼື ໂທໄປທີ່ເບີ (206) 684 3000 (ວັນຈັນ - ວັນສຸກ, ເວລາ 7:30 ໂມງເຊົ້າ - 6 ໂມງແລງ.)

ກຽມເອກະສານຂອງທ່ານໃຫ້ພ້ອມ

  • ບັດປະຈຳຕົວທີ່ມີຮູບຖ່າຍສຳລັບຜູ້ໃຫຍ່ທຸກຄົນໃນຄອບຄົວຂອງທ່ານ (ອາຍຸ 18 ປີຂຶ້ນໄປ)
  • ເອກະສານສະແດງລາຍໄດ້ສຳລັບຜູ້ໃຫຍ່ທຸກຄົນທີ່ມີອາຍຸ 18 ປີຂຶ້ນໄປ
    • ທ່ານໄດ້ຮັບສະຫວັດດີການ SNAP ບໍ? ຖ້າຊື່ຂອງທ່ານປາກົດຢູ່ໃນໃບບິນຄ່າໄຟຟ້າຂອງ City Light ແລະ ທ່ານໄດ້ຮັບສະຫວັດດີການ SNAP, ທ່ານພຽງແຕ່ຕ້ອງສະແດງຈົດໝາຍແຈ້ງຜົນການອະນຸມັດຈາກ DSHS ເທົ່ານັ້ນ. ບໍ່ຕ້ອງໃຊ້ເອກະສານສະແດງລາຍໄດ້ອື່ນໆໃນການສະໝັກ.

ທ່ານສາມາດສະແກນ, ຖ່າຍເອກະສານ, ພິມ ຫຼື ສົ່ງແຟັກເອກະສານຂອງທ່ານໄດ້ໂດຍບໍ່ເສຍຄ່າທີ່:

ກະລຸນາສົ່ງບັດປະຈຳຕົວທີ່ມີຮູບຖ່າຍສຳລັບຜູ້ໃຫຍ່ທຸກຄົນໃນຄອບຄົວຂອງທ່ານ (ອາຍຸ 18 ປີຂຶ້ນໄປ) ມາພ້ອມກັບໃບສະໝັກຂອງທ່ານ.

ເອກະສານບັດປະຈຳຕົວທີ່ມີຮູບຖ່າຍທີ່ຍອມຮັບໄດ້ແກ່:

  • ໃບຂັບຂີ່ ຫຼື ບັດປະຈຳຕົວທີ່ລັດອອກໃຫ້
  • ໜັງສືຜ່ານແດນ
  • ບັດປະຈຳຕົວທະຫານສະຫະລັດອາເມຣິກາ
  • ບັດປະຈຳຕົວສະມາຊິກຊົນເຜົ່າ
  • ບັດຜູ້ຢູ່ອາໄສຖາວອນ

ທ່ານພຽງແຕ່ຕ້ອງສົ່ງສຳເນົາໜ້າບັດປະຈຳຕົວປະຊາຊົນ ຫຼື ໜ້າທີ່ມີຮູບຖ່າຍໃນໜັງສືຜ່ານແດນເທົ່ານັ້ນ. ພວກເຮົາຮັບບັດປະຈຳຕົວທີ່ໝົດອາຍຸໄປແລ້ວບໍ່ເກີນໜຶ່ງປີ.