Lao / ລາວ

ໃຫ້ຄະແນນສຽງຂອງທ່ານມີຄວາມສຳຄັນໃນການເລືອກຕັ້ງໃນເມືອງ Seattle

ໂຄງການບັດກຳນັນສະໜັບສະໜູນປະຊາທິປະໄຕຊ່ວຍໃຫ້ຊາວເມືອງ Seattle ມີສ່ວນຮ່ວມໃນການເລືອກຕັ້ງໃນທ້ອງຖິ່ນ ແລະ ຫຼຸດຜ່ອນອຸປະສັກໃນການລົງສະໝັກຮັບເລືອກຕັ້ງໂດຍສະໜອງແຫຼ່ງເງິນທຶນໃຫ້.

ບັດກຳນັນສະໜັບສະໜູນປະຊາທິປະໄຕແມ່ນຫຍັງ?
ເມືອງ Seattle ມອບບັດກຳນັນສະໜູນປະຊາທິປະໄຕໃຫ້ແກ່ຊາວເມືອງ. ບັດກຳນັນສະໜັບສະໜູນປະຊາທິປະໄຕແມ່ນໃບຢັ້ງຢືນແລກເງິນທີ່ມີມູນຄ່າໃບລະ 25 ໂດລາທີ່ຊາວເມືອງ Seattle ໃຊ້ເພື່ອບໍລິຈາກໃຫ້ແກ່ແຄມເປນຫາສຽງເລືອກຕັ້ງໃນທ້ອງຖິ່ນ.

ຜູ້ສະໝັກຮັບເລືອກຕັ້ງຄົນໃດທີ່ມີສິດທີ່ຈະໄດ້ຮັບບັດກຳນັນສະໜັບສະໜູນປະຊາທິປະໄຕ?
ໂຄງການນີ້ແມ່ນທາງເລືອກສໍາລັບຜູ້ສະໝັກຮັບເລືອກຕັ້ງ. ຜູ້ສະໝັກຮັບເລືອກຕັ້ງທີ່ເຂົ້າຮ່ວມໂຄງການສາມາດຮັບເອົາບັດກຳນັນຂອງທ່ານໄດ້. ສາມາດບໍລິຈາກບັດກຳນັນສະໜັບສະໜູນປະຊາທິປະໄຕໃຫ້ຜູ້ສະໝັກຮັບເລືອກຕັ້ງທີ່ເຂົ້າຮ່ວມລົງສະໝັກຊິງຕຳແໜ່ງໃນສະພາເທດສະບານເມືອງ, ໄອຍະການເມືອງ ຫຼື ຕຳແໜ່ງເຈົ້າຄອງນະຄອນ Seattle.

ການເລືອກຕັ້ງຄັ້ງຕໍ່ໄປໃນເມືອງ Seattle ຈະມີຂຶ້ນເມື່ອໃດ?
ການເລືອກຕັ້ງຄັ້ງຕໍ່ໄປໃນເມືອງ Seattle ຈະມີຂຶ້ນໃນປີ 2023. ສາມາດໃຊ້ບັດກຳນັນສະໜັບສະໜູນປະຊາທິປະໄຕໄດ້ຕັ້ງແຕ່ວັນທີ 21 ກຸມພາ 2023 ຫາວັນທີ 30 ພະຈິກ 2023.

ທ່ານສາມາດໄດ້ຂໍຮັບບັດກຳນັນສະໜັບສະໜູນປະຊາທິປະໄຕໄດ້ຖ້າທ່ານເປັນ:

  • ຊາວເມືອງ Seattle
  • ມີອາຍຸ 18 ປີຂຶ້ນໄປ ແລະ
  • ເປັນພົນລະເມືອງສະຫະລັດ ອາເມລິກາ, ເປັນຄົນສັນຊາດສະຫະລັດ ຫຼື ເປັນຜູ້ຢູ່ອາໄສຖາວອນຕາມກົດໝາຍ.

ຖ້າທ່ານເປັນຜູ້ມີສິດເລືອກຕັ້ງທີ່ລົງທະບຽນເລືອກຕັ້ງ ທ່ານຈະໄດ້ຮັບບັດກຳນັນສະໜັບສະໜູນປະຊາທິປະໄຕຂອງທ່ານໂດຍອັດຕະໂນມັດ.

ຂ້າພະເຈົ້າຈະຮຽນຮູ້ກ່ຽວກັບຜູ້ສະໝັກຮັບເລືອກຕັ້ງໄດ້ແນວໃດ?
ເຂົ້າເບິ່ງ ໜ້າການແນະນຳຕົວຜູ້ສະໝັກຮັບເລືອກຕັ້ງ ເພື່ອຮຽນຮູ້ກ່ຽວກັບການລົງສະໝັກຮັບຕຳແໜ່ງ.  

ຄົ້ນຫາຜູ້ສະໝັກຮັບເລືອກຕັ້ງທີ່ເຂົ້າຮ່ວມໃນໜ້າຂອງຜູ້ສະໝັກຮັບເລືອກຕັ້ງທີ່ເຂົ້າຮ່ວມ.  

ມີຄຳຖາມບໍ?  ກະລຸນາໂທເບີ (206) 727-8855 (ມີບໍລິການໃຫ້ຄວາມຊ່ວຍເຫຼືອດ້ານພາສາ).

ທ່ານສາມາດດາວໂຫຼດ ຫຼື ພິມເອກະສານເຫຼົ່ານີ້ເພື່ອໃຊ້ໃນຊຸມຊົນຂອງທ່ານໄດ້. 

ໃບສະໝັກຂໍຮັບບັດກຳນັນສະໜັບສະໜູນປະຊາທິປະໄຕ

ແຜ່ນພັບສຳລັບຜູ້ສະໝັກຮັບເລືອກຕັ້ງ

ແຜ່ນພັບໃຫ້ຂໍ້ມູນແກ່ຊາວເມືອງ